ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະພາ​ແຫ່ງ​ຊາດ​ສະຫະລັດ​ອາ​ເມ​ຣິ​ກາ ລົງມະຕິ​ ໃຫ້​ສືບສວນ​ທ່ານ ໂຈ ໄບ​ເດັນ

     ຕາມຂ່າວສານຊິນຮວາລາຍງານ ວັນທີ 14 ທັນວາ ນີ້ວ່າ: ດ້ວຍບັດເຫັນດີ ຈຳນວນ 221 ບັດ ຕໍ່ບັດຕ້ານ 212 ບັດ, ວັນທີ 13 ທັນ
ວາ, ສະພາແຫ່ງຊາດ ສະຫະລັດອາເມຣິກາ ທີ່ມີພັກຣິພັບ ບລິກັນ ບໍລິຫານຫາງສຽງສ່ວນຫຼາຍໃນສະພາ ໄດ້ຮັບຮອງເອົາມະຕິວ່າດ້ວຍ
ການອະນຸຍາດໃຫ້ດຳເນີນການ ສອບສວນພິຈາລະນາຕໍ່ຂໍ້ສົງໄສ ທ່ານ ໂຈ ໄບເດັນ ປະທານາທິບໍດີ ຢ່າງເປັນທາງການ, ດ້ວຍຂໍ້ສົງໄສວ່າ:
ທ່ານ ໂຈ ໄບເດັນ ສະໄໝເປັນ ຮອງປະທານາທິບໍດີສະຫະລັດ ຊຸດຜ່ານມາ, ອາດຈະມີການ ສວຍໃຊ້ເອົາຜົນປະໂຫຍດຈາກບັນດາກິດ
ຈະກຳດຳເນີນທຸລະກິດຢູ່ຕ່າງປະເທດ ຂອງລູກຊາຍຊື່ ຮັນເຕີ ໄບເດັນ.

     ກ່າວຄຳເຫັນພາຍຫຼັງການປ່ອນບັດ, ທ່ານ ທອມ ໂຄເວີ ປະທານກຳມາທິການກົດໝາຍຂອງ ສະພາແຫ່ງຊາດ ອາເມຣິກາ, ໂດຍ
ຖະແຫຼງວ່າ: “ການພິຈາລະນາຂໍ້ຫາ, ໂດຍສະເພາະແມ່ນພິຈາລະນາ ໂທດປະທານາທິບໍດີ, ແມ່ນສິ່ງທີີ່ຊົ່ວຮ້າຍທີ່ສຸດ. ນີ້ແມ່ນສິ່ງທີ່ ບໍ່
ມີສະມາຊິກທ່ານໃດຂອງສະພາຕ່ຳ ຢາກເຮັດ, ແຕ່ສະພາຕ່ຳມີສິດ ແລະ ພັນທະຕາມລັດຖະທຳມະນູນ. ດ້ວຍມະຕິສະບັບນີ້, ພວກຂ້າ
ພະເຈົ້າຂໍຮັບປະກັນວ່າ: ສະພາຕ່ຳຈະມີກຳລັງຄວາມສາມາດຢ່າງພຽງພໍ ເພື່ອດຳເນີນການສືບສວນບັນຫານີ້ ຈົນສຳເລັດ. ພວກຂ້າພະ
ເຈົ້າຈະຊອກຫາໃຫ້ຄົບທຸກຫຼັກຖານ ແລະ ຄວາມຈິງທີ່ຈຳ
ເປັນ ເພື່ອຍົກອອກ ຄຳຕັດສິນທີ່ຄົບຖ້ວນ ແລະ ຍຸຕິທຳ”.

     ການສອບສວນປະທານາທິບໍດີ ໃນຂໍ້ສົງໄສກະທຳຜິດບໍ່ແມ່ນຄົນທຳອິດຂອງປະຫວັດສາດ ສະຫະລັດ, ແຕ່ຍັງມີຫຼາຍທ່ານ ກ່ອນ
ໜ້ານີ້. ຖ້າການສືບສວນສອບສວນພົບວ່າມີມູນຄວາມຈິງ, ມີຫຼັກຖານຢັ້ງຢືນໄດ້ວ່າ ທ່ານ ໂຈ ໄບເດັນ ໄດ້ຮັບຜົນປະໂຫຍດ ຫຼື ສວຍ
ໃຊ້ຕຳແໜ່ງໃຫ້ລູກຊາຍກະທຳຜິດແທ້, ກໍອາດຖືກປະຕິບັດກົດໝາຍ ເຖິງຂັ້ນຖອດຖອນອອກຈາກຕຳແໜ່ງໃນປັດຈຸບັນໄດ້.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 18/12/2023